ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີເຊັນສັນຍາໂຄງການທະລຸ ແລະ ຍົກລະດັບເສັ້ນທາງລຽບຕາມຊາຍແດນ ລາວ-ຫວຽດນາມ


ພິທີເຊັນສັນຍາ

    ພິທີເຊັນສັນຍາໂຄງການທະລຸ ແລະ ຍົກລະດັບເສັ້ນທາງລຽບຕາມຊາຍແດນ ລາວ-ຫວຽດນາມ ຢູ່ແຂວງ ເຊກອງ ໄລຍະທີ 2 ໄດ້ຈັດຂຶ້ນໃນ
ວັນທີ 23 ສິງຫາ 2023 ທີ່ ກະຊວງປ້ອງກັນປະເທດ ລະຫວ່າງ ກົມໃຫຍ່ເສນາທິການກອງທັບ ກັບ ບໍລິສັດແກ້ວໄຊຍາພັດທະນາ ຈຳກັດຜູ້ດຽວ
ແລະ ບໍລິສັດທັນວາພັດທະນາ ຈຳກັດ ຜູ້ດຽວ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຕີ ວົງຄຳພົມ ມະກອນ ຮອງລັດຖະມົນຕີ ກະຊວງປ້ອງກັນ
ປະເທດ ມີບັນດາກົມ , ຫ້ອງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພັນໂທ ໄຊຊະນະ ຫົວໜ້າ ພະແນກແຜນການ-ສັງລວມ ກົມຊ່າງແສງ ກົມໃຫຍ່ເສນາທິການ ກອງທັບ ໄດ້ຜ່ານຂໍ້ຕົກລົງຂອງ ກະ
ຊວງປ້ອງກັນປະເທດ ວ່າດ້ວຍການ ອະນຸມັດຈັດຕັັ້ງ ຄະນະຮັບຜິດຊອບ ພິທີ ເຊັນຍາໂຄງການກໍ່ສ້າງເສັ້ນທາງຍຸດທະສາດ, ເສັ້ນທາງເຂົ້າບັນດາກົມ
ກອງ ແລະ ໂຄງການສົ່ງເສີມວິຊາການຂອງ ກະຊວງປ້ອງກັນປະເທດ ປະຈຳປີ 2023, ອີງຕາມແຈ້ງການຂອງ ກະຊວງແຜນການ ແລະ ການລົງທຶນ
ວ່າດ້ວຍ ແຜນການລົງທຶນຂອງລັດ ສະບັບ ເລກທີ 0775/ ກຜທ. ກຜ 4 ລົງວັນ ທີ 31 ມີນາ 2023, ອີງຕາມການ ຕົກລົງຂອງ ລັດຖະມົນຕີ ກະ
ຊວງປ້ອງກັນປະເທດ ວ່າດ້ວຍການຄຸ້ມຄອງງົບປະມານການລົງທຶນ ແລະ ການ ປະມູນ ໂຄງການກໍ່ສ້າງສ້ອມແປງພື້ນຖານໂຄງລ່າງ ພາຍໃນກອງທັບ
ສະບັບເລກທີ 4799/ ກປທ ລົງວັນທີ 24 ທັນວາ 2021, ອີງຕາມຂໍ້ຕົກລົງວ່າດ້ວຍການອະນຸມັດ ບັນດາໂຄງການຂອງ ກະຊວງປ້ອງກັນປະເທດ ປະ
ຈຳ ປີ 2023 ແລະ ໜັງສືມອບວຽກ ແລະ ຂໍ້ຕົກລົງຮັບຮອງເອົາຜູ້ຮັບເໝົາ ແລະ ເຈົ້າຂອງໂຄງການ ເພື່ອເຮັດໃຫ້ໂຄງການ ດັັ່ງກ່າວນັັ້ນດຳເນີນຢ່າງ
ຖືກຕ້ອງຕາມກົດລະບຽບ, ກົດໝາຍຂອງການລົງທຶນ ແລະ ໃຫ້ສຳເລັດຕາມ ແຜນການທີ່ວາງໄວ້.

     ຈາກນັ້ນ, ສະຫາຍ ພັນໂທ ສຸລະສັກ ພິພັດຜົນ ຮອງຫົວໜ້າ ພະແນກ ຂົວ-ທາງ ກົມ ຊ່າງແສງ ກົມໃຫຍ່ ເສນາທິການກອງທັບໄດ້ລາຍງານ ໂດຍ
ຫຍໍ້ກ່ຽວກັບໂຄງການດັັ່ງກ່າວວ່າ: ກົມໃຫຍ່ເສນາທິການກອງທັບ ຝ່າຍ (ກ) ແລະ ບໍລິສັດແກ້ວໄຊຍາ ພັດທະນາ ຈຳກັດຜູ້ດຽວ ຝ່າຍ (ຂ) ໄດ້ຕົກລົງ
ເຫັນດີເອກະພາບກັນສ້າງສັນຍາ ສະບັບນີ້ ເພື່ອທະລຸ ຸ ແລະ ຍົກລະດັບເສັ້ນທາງລຽບຕາມຊາຍແດນ ລາວ-ຫວຽດນາມ ຢູ່ແຂວງ ເຊກອງ ໄລຍະທີ2
ຄວາມຍາວ 32 ກິໂລແມັດ ມູນຄ່າການກໍ່ສ້າງຊ່ວງທີ 1 (189 ຕື້ ກວ່າ ກີບ) ແລະ ຊ່ວງທີ 2 ແມ່ນບໍລິສັດ ທັນວາພັດທະນາ ຈຳກັດຜູ້ດຽວ ຮັບເໝົາ
ກໍ່ສ້າງຄວາມຍາວ 32 ກິໂລແມັດ ມູນຄ່າ 189 ຕື້ກວ່າກີບ.

     ຈາກນັ້ນ, ກໍໄດ້ມີພິທີເຊັນສັນຍາລະຫວ່າງ ກົມໃຫຍ່ເສນາທິການກອງທັບກັບ ບໍລິສັດ ທັນວາ ພັດທະນາຈຳກັດຜູ້ດຽວ ແລະ ບໍລິສັດ ແກ້ວໄຊຍາ
ພັດທະນາ ຈຳກັດຜູ້ດຽວ.

ແຫຼ່ງທີ່ມາ ໜັງສຶພິມ
ວັນທີ 25/08/2023